ການສ້າງອີເມລ໌ເປັນຂອງຕົນເອງ.
ສຳລັບຄົນທີ່ຍັງບໍ່ມີອີເມລ໌ເປັນຂອງຕົນເອງ ແລະ
ບໍ່ເຄີຍສ້າງຈັກເທື່ອ
- ກ່ອນອື່ນເຂົ້າໄປທີ່ www.hotmail.com ຈາກນັ້ນກົດທີ່ Sign up ດ້ານຊ້າຍມື ຫຼື ອີກຊ່ອງທາງໜຶ່ງ
ສາມາດເຂົ້າໄປທີ່ https://signup.live.com ເປັນໜ້າຈົດທະບຽນໂດຍກົງເລີຍກໍ່ໃດ້
ບໍ່ຕ່າງກັນ.
- ເມື່ອເຂົ້າໄປແລ້ວຈະເຫັນແບບຟອມການສະໝັກ
ດັ່ງຮູບດ້ານລຸ່ມນີ້:
3. ຕື່ມລາຍອຽດກຽ່ວກັບຕົນເອງໃສ່ຫົວຂໍ້ດ້ານລຸ່ມດັ່ງນີ້:
1.
Who are you ?
ພິມລາຍລະອຽດການເປັນນຕົວຕົນຂອງຕົວເຮົາໄສ່
2.
How would you
like to sign in ?
ເລືອກຊື່ທີ່ຕ້ອງການສະໝັກ
ຊື່ນີ້ຈະເປັນຊື່ອີເມລ໌ຂອງເຮົາ ຍົກຕົວຢ່າງໃສ່ໄປວ່າ bk_lao
ເມື່ອໃສ່ແລ້ວກໍ່ມາເລືອກຕົວຫຼັງ
@ ປົກກະຕິແລ້ວມັນຈະຂຶ້ນ
ເປັນ Outlook.com ຖ້າເຮົາຕ້ອງການ
ໃຫ້ເປັນ Hotmail.com
ເມື່ອລວມກັນແລ້ວກໍ່ຈະໃດ້ເປັນ bk_lao@hotmail.com ຈາກນັ້ນໃສ່ລະຫັດທີ່ເຮົາຕ້ອງການລົງໄປ
ຈະເປັນລະຫັດຫຍັງກໍ່ໃດ້ເຊິ່ງຈະເປັນລະຫັດເຂົ້າໃຊ້ງານ ຂອງເມລ໌ນັ້ນເອງ
ຈຳເປັນຕ້ອງມີຄວາມຍາວ 8 ໂຕຂຶ້ນໄປຕ້ອງໃສ່ສອງຫຼືສາມ
ຢ່າງ ເຊັ່ນ : ຕົວອັກສອນ,ຕົວເລກແລະສັນຍາລັກ ຕົວຢ່າງ: 2T3T4T5T ຫຼື
8dd454323 ແຕ່ຕ້ອງຈື່ໃດ້
ແລະ ຍາກຕໍ່ການເຂົ້າເຖິງຂອງຄົນອື່ນ ແລະ ຕ້ອງໃສ່ທັງສອງຫ້ອງໃຫ້ຄືກັນ
ເພື່ອຢືນຢັນວ່າເຮົາໃດ້ພິມລະຫັດຜ່ານຂອງເຮົາຢ່າງຄືກັນສອງອັນແລ້ວ.
3.
If you lose your password, how can we help you
reset it?
ເລືອກປະເທດເປັນ Laos
ແລະ ເບີໂທລະສັບ ເພື່ອຄວາມປອດໄຟ ວິທີໃສ່ເບີມີດັ່ງນີ້
: ຕົວຢ່າງເຮົາມີເບີ 02096628438 ການຈະໃສ່ເບີ ໃຫ້ເປັນລະດັບສາກົນ
(ໂທໃດ້ທົ່ວໂລກ) ຢ່າງເບີຂອງລາວຈະເປັນ +856(ຕັດລກ
0 ຕົວທຳອິດອອກ)
ແລ້ວຕາມດ້ວຍຕົວເລກທີ່ເຫຼືອ ຈະໃດ້ເປັນ +8562096628438
ໃນທີ່ນີ້ເຮົາເລືອກປະເທດແລ້ວກໍ່ບໍ່ຈຳເປັນຕ້ອງໃສ່ +856 ໃສ່ພຽງແຕ່ 2096628438 ຄືຕັດເລກ
0 ອອກໄປໜຶ່ງຕົວເທົ່ານັ້ນ.
ຈາກນັ້ນໃສ່ອີເມລ໌ສຳຮອງກໍລະນີເຮົາລືມລະຫັດຜ່ານມັນຈະສົ່ງໄປຫາອີເມລ໌ສຳຮອງນີ້
ຖ້າ ເຮົາບໍ່ມີກໍ່ໃຫ້ເລືອກ ຄຳຖາມຮັກສາຄວາມປອດໄຟ (Or choose a security question)ຈະພາບດັິ່ງນີ້:
ທີ່ຫ້ອງຄຳຖາມສາມາດເລືອກຄຳຖາມໃດ້ດັ່ງຮູບ ດ້ານລຸ່ມ .
ເມື່ອເລືອກຄຳຖາມແລ້ວກໍ່ໃຫ້ເລືອກຄຳຕອບໃນທີ່ນີ້ ຄຳຕອບຕ້ອງມີ 5 ຕົວຂຶ້ນໄປ ຕົວຢ່າງ

'
4.
Where are you from ?
ໃຫ້ເລືອກເປັນ Laos
5.
Help us make sure you're not a robot
ພິມລະຫັດຫັກສາຄວາມປອດໄຟ
ທີ່ເຮົາແນມເຫັນ ເພື່ອຢືນຢັນວ່າເຮົາບໍ່ແມ່ນຫຸ່ນຍົນ ໃສ່ໃນຫ້ອງດ້ານລຸ່ມຖ້າເຮົາແນມບໍ່ເຫັນຄັກກໍ່ໃຫ້ກົດທີ່ NEW ຖ້າພິມຜິດກໍ່ຈະກົດຍອມຮັບບໍ່ໃດ້.
ແລ້ວກົດທີ່ ຍອມຮັບ i accept
ສຳເລັດການສະໝັກ ຈະໃດ້ ໜ້າແບບດ້ານລຸ່ມຈາກນັ້ນເຮົາມາລອງ
login ເຂົ້າອີເມລ໌ຂອງເຮົາວ່າສົມບຸນແລ້ວບໍ່
ດ້ວຍການປິດໜ້ານີ້ ແລ້ວໄປທີ່ www.hotmail.com
ພິມອີຊື່ອີເມລ໌ ແລະ ລະຫັດທີ່ເຮົາສະໝັກແລ້ວ.
ແລ້ວກົດທີ່ Sign in ຈະໃດ້ໜ້າແບບນີ້ ແລ້ວ ກໍ່
ກົດເຂົ້າອ່ານ ເມລ໌ທີ່ທີມງານ Outlook
ສົ່ງ ມາໃຫ້ ບັດນີ້ກະເປັນການສຳເລັດ ສຳລັບວິທີການສະໝັກ
ອີເມລ໌ ຂອງ Hotmail.com
(Outlook.com)
ທັງໝົດທີ່ຂຽນນີ້ ບໍ່ຕ້ອງການຫຍັງນອກຈາກຄຳຂອບໃຈ :) ແລະ ພົບກັນໃໝ່ໃນ blog ຕໍ່ໄປ